ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບ​ສາທາລະນະ​ສຸກ​ຢູ່​ເຂດ​ກາ​ຊາ​ກຳລັງ​ຖືກ​ທຳລາຍ

     ຕາມ​ຂ່າວສານ​ຊິນ​ຮວ່າ​ລາຍ​ງານ​ ວັນ​ທີ 24 ທັນວາ ​ນີ້, ຕາມ​ເວລາ​ທ້ອງຖິ່ນ, ອົງການ​ອະນາໄມ​ໂລກ ຫຼື WHO ແຈ້ງ​ໃຫ້​ຮູ້​ວ່າ: ລະ
ບົບ​ສາທາລະນະ​ສຸກ​ຢູ່​ເຂດ​ກາ​ຊາ​ກຳລັງ​ຖືກ​ທຳລາຍ, ປັດຈຸບັນ, ໂຮງໝໍ 36 ແຫ່ງ​ຢູ່​ເຂດ​ກາ​ຊາ ມີ​ພຽງ​ແຕ່ 9 ແຫ່ງ​ເທົ່າ​ນັ້ນ​ທີ່​ຍັງ​ສາມາດ​
ເປີດ​ບໍລິການ​ໄດ້, ແຕ່​ກໍ​ເກືອບ​ດຳເນີນ​ຕໍ່​ໄປ​ບໍ່​ໄດ້​ອີກ​ແລ້ວ.

     WHO ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ເຖິງ​ວ່າຄວາມ​ຕ້ອງການ​ດ້ານ​ການ​ປິ່ນປົວ​ຢູ່​ເຂດ​ກາ​ຊາ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ​ໃນ​ເວລາ​ດຽວ, ແຕ່​ປັດ
ຈຸບັນ, ຕຽງ​ຄົນ​ເຈັບ​ມີ​ພຽງ​ແຕ່ 38% ເທົ່າ​ນັ້ນ​ທີ່​ຍັງ​ໃຊ້​ໄດ້ ແລະ ມີ​ພະນັກງານ​ແພດ​ໝໍ​ພຽງ​ແຕ່ 30% ເທົ່າ​ນັ້ນ​ທີ່​ຍັງ​ພວມ​ສືບຕໍ່​ເຮັດ​ວຽກ.
WHO ເຕືອນ​ວ່າ: ຖ້າວ່າ​ລະບົບ​ສາທາລະນະ​ສຸກ​ຢູ່​ເຂດ​ກາ​ຊາ​ຫຼົ້ມ, “ຈະ​ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ຫຼາຍ”. WHO ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​
ປະ​ທະ​ກັນ​ຈົ່ງ​ຢຸດ​ຍິງ​ໃນ​ທັນທີ.

     ແຫຼ່ງ​ຂ່າວ​ໃຫ້​ຮູ້​ອີ​ກວ່າ: ຕາມ​ ຂໍ້​ສະເໜີ​ຂອງເລີ​ແກ, ກຳລັງ​ປ້ອງ​ກັນ​ຕົວ ອິດ​ສະ​ຣາ​ແອນ (IDF) ຈະ​ຢຸດຕິ​ທຸກ​ການເຄື່ອນໄຫວ​ການ​ທະ
ຫານ ແລະ ການ​ສອດ​ແນມ​ຂ່າວ​ຢູ່​ເຂດ ກາ​ຊາ ໃນ 2 ອາທິດ ເພື່ອ​ແລກ​ເອົາ​ການ​ປ່ອຍ​ຕົວ​ປະກັນ 40 ຄົນ. ສື່​ມວນ​ຊົນ​ໃນ​ພາກ​ພື້ນ ໄດ້​
ຄັດ​ສະເໜີ​ຄຳ​ປາ​ໄສ​ຂອງ​ບັນດາ​ເຈົ້າ​ໜ້າທີ່ ປາ​ແລັດ​ສະ​ຕິນ ໂດຍ​ຖື​ວ່າ ຂໍ້​ຕົກລົງໂດຍ ເອ​ຢິບ ສະເໜີແມ່ນ​ແຜນການ​ມີ “3 ໄລຍະ”, ແນ
ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ, ລວມ​ທັງ​ການ​ປ່ອຍ​ຕົວ​ນັກໂທດ ປາ​ແລັດ​ສະ​ຕິນ 120 ຄົນ ອອກ​ຈາກ​ຄຸກ​ຂອງ ອິດ​ສະ​ຣາ​ແອນ.

     ພາຍຫຼັງ​ທີ່​ຂໍ້​ສະເໜີ​ຂອງ ເອ​ຢິບ ໄດ້​ປະກາດ, ມີ​ແຫຼ່ງ​ຂ່າວ​ໜຶ່ງ​ຂອງ ອິດ​ສະ​ຣາ​ແອນ ຢັ້ງຢືນ​ກັບໜັງສືພິມ Maariv ວ່າບາງ​ເນື້ອ​ໃນ
​ຂອງ​ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ສາມາດ​ຍອມຮັບ​ໄດ້. ເຖິງ​ຢ່າງໃດ​ກໍ​ຕາມ, Tel-Aviv ຕີ​ລາຄາ​ວ່າ “ຂໍ້​ລິ​ເລີ່ມ​ຂອງ ເອ​ຢິບ ອາດ​ຈະ​ສ້າງ​ໂອກາດ
​ໃຫ້​ດຳເນີນ​ການ​ເຈລະຈາ​ຕ່າງໆ”.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2023